ໄຂກອງປະຊຸມເວທີເປິກສາຫາລືອະລິຍະທຳໂລກນີຊານ ຄັ້ງທີ 10
ຂ່າວສານຊີເອັມຈີຂອງຈີນ ລາຍງານໃຫ້ຮູ້ໃນວັນທີ 10 ກໍລະກົດ 2024 ນີ້ວ່າ: ຕອນເຊົ້າວັນທີ 10 ກໍລະກົດ ນີ້, ກອງປະຊຸມເວທີເປິກ
ສາຫາລືອະລິຍະທຳໂລກນີຊານ ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ຫໍປັດຊະຍາຂົງຈື້ ນີຊ່ານ ທີ່ຕັ້ງຢູ່ ພູນີຊ່ານ, ບ້ານເກີດຂອງຂົງຈື້ ທີ່ນະຄອນ ຊູ່ຟູ້, ແຂວງ
ຊ່ານຕຸ່ງ ຂອງຈີນ, ມີແຂກຜູ້ມີກຽດທັງພາຍໃນ ແລະ ຕ່າງປະເທດຈາກ 63 ປະເທດ ເກືອບ 400 ທ່ານ ເຂົ້າຮ່ວມ ແລະ ແລກປ່ຽນອະລິ
ຍະທຳ ພ້ອມທັງປະກອບຄຳຄິດເຫັນເຊິ່ງກັນ ແລະ ກັນ.
ຫົວຂໍ້ຕົ້ນຕໍຂອງເວທີເປິກສາຫາລືຄັ້ງນີ້ແມ່ນ “ ວັດທະນະທຳອັນເປັນມູນເຊື້ອ ແລະ ອະລິຍະທຳໃນຍຸກປັດຈຸບັນ ”, ທັງໝົດໄດ້ຈັດຕັ້ງ
ເປັນ 6 ຫົວຂໍ້ຫາລືກັນເຊັ່ນ: “ ການແລກປ່ຽນ ແລະ ຖອດຖອນບົດຮຽນ ດ້ານອະລິຍະທຳພາຍໃຕ້ສິ່ງທ້າທາຍທົ່ວໂລກ ” ແລະ ຫົວຂໍ້ອື່ນໆ
ໂດຍມີຈຸດປະສົງເພື່ອ “ ຈັດຕັ້ງປະຕິບັດຂໍ້ລິເລີ່ມອະລິຍະທຳຂອງໂລກ, ສົ່ງເສີມຄຸ່ນຄ່າຮ່ວມກັນຂອງທົ່ວມວນມະນຸດ ແລະ ສ້າງປະຊາຄົມ
ຮ່ວມຊາຕາກຳຂອງມວນມະນຸດ ”.
ລາຍງານ ໃຫ້ຮູ້ອີກວ່າ: ຈຳນວນ ແລະ ລະດັບແຂກຜູ້ມີກຽດທີ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີສູງກວ່າຈຳນວນ
ແຂກທີ່ເຂົ້າຮ່ວມໃນທຸກຄັ້ງທີ່ຜ່ານມາ, ເຊິ່ງໃນນັ້ນມີນັກວິຊາການສາກົນຫຼາຍກວ່າ 50%.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/07/2024